ຫວຽດນາມ ມີແຜນຈະໜູນຊ່ວຍບັນດາບັນດາສະຖານີສາກໄຟຟ້າ

231
ລັດຖະບານຫວຽດນາມ ວາງແຜນຈະໜູນຊ່ວຍລາຄາໄຟຟ້າໃຫ້ບັນດາສະຖານີສາກໄຟເພື່ອຊຸກຍູ້ການນຳໃຊ້ພາຫະນະໄຟຟ້າ ແລະ ບັນລຸການຫັນປ່ຽນພະລັງງານ. ຄາດວ່າແຜນການດັ່ງກ່າວຈະຍື່ນໃຫ້ລັດຖະບານສູນກາງອະນຸມັດໃນກາງເດືອນກັນຍາປີນີ້. ຫວຽດນາມ ພວມມານະພະຍາຍາມກັບບັນດາປະເທດພັດທະນາ ເພື່ອບັນລຸເປົ້າໝາຍການເປັນກາງຂອງກາກບອນຮອດປີ 2050. ນອກນີ້, ລັດຖະບານຍັງມີຄວາມຕັ້ງໃຈຈະສ້າງແຮງຈູງໃຈໃນການຜະລິດ ແລະ ນຳເຂົ້າລົດໄຟຟ້າ, ຊຸກຍູ້ໃຫ້ຜູ້ບໍລິໂພກປ່ຽນຈາກລົດຍົນແບບດັ້ງເດີມມາເປັນລົດໄຟຟ້າ.